ໃນຕອນເຊົ້າຂອງວັນທີ 08 ສິງຫາ 2025, ທີ່ຫ້ອງຮັບແຂກຂອງ ທະນາຄານແຫ່ງ ສປປ ລາວ (ທຫລ), ທ່ານ ນ. ບຸນຄໍາ ວໍລະຈິດ ຜູ້ວ່າການ, ທຫລ ພ້ອມດ້ວຍຄະນະຈາກກົມກ່ຽວຂ້ອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ແຮັດເຕີ້ ວາເຮຍ ອາວາ, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.


