
ທຫລ ຈັດຕັ້ງການສຳມະນາວິຊາການເພື່ອຮັບຟັງທັດສະນະ-ຄຳແນະນຳ ກ່ຽວກັບມາດຕະການແກ້ໄຂບັນຫາເງິນເຟີ້ຈາກອົງການຈັດຕັ້ງສາກົນ
ໃນຕອນບ່າຍຂອງວັນທີ 26 ມັງກອນ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງການສຳມະນາວິຊາການເພື່ອຮັບຟັງທັດສະນະ-ຄຳແນະນຳກ່ຽວກັບມາດຕະການແກ້ໄຂບັນຫາເງິນເຟີ້ຈາກອົງການຈັດຕັ້ງສາກົນປະຈຳລາວ ຄື: ກອງທຶນການເງິນສາກົນ (IMF) ແລະ ທະນາຄານໂລກ (World Bank) ຂໍ້ມູນເພີ່ມເຕີມ ...

ການສຳມະນາທາງດ້ານວິຊາການ ກ່ຽວກັບ: “ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ”
ໃນວັນທີ 15 ທັນວາ 2022 ທີ່ທະນາຄານແຫ່ງ ສປປ ລາວ, ຄະນະຊາວໜຸ່ມຮາກຖານ ທຫລ ໄດ້ຈັດກອງປະຊຸມສຳມະນາວິຊາການຂຶ້ນໃນຫົວຂໍ້ “ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ” ໂດຍການເປັນປະທານຂອງສະຫາຍ ສຸລິສັກ ທຳນຸວົງ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ທຫລ, ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທຫລ, ມີຜູ້ເຂົ້າຮ່ວມຕາງໜ້າຈາກຄະນະບໍລິຫານງານ ຂໍ້ມູນເພີ່ມເຕີມ ...

2022 ທຫລ.ຫຼບ ມີຜົນງານເດັ່ນຫຼາຍດ້ານ
ໃນໂອກາດປີໃໝ່ ຄສ 2023; ທ່ານ ນາງ ໂພທິຈັນ ທຳມະເທວາ ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາ ພາກເໜືອ (ທຫລ.ຫຼບ) ແຂວງຫຼວງພະບາງ ໄດ້ນໍາສະເໜີວຽກງານພົ້ນເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງ ທຫລ.ຫຼບ ໃນໄລຍະປີ 2022 ຜ່ານມາ ໂດຍໄດ້ສືບຕໍ່ຮັກສາສະເຖຍລະພາບທາງດ້ານເງິນຕາ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມ ພາຍໃນທ້ອງຖ ຂໍ້ມູນເພີ່ມເຕີມ ...

ທຫລ.ຊຂ ສືບຕໍ່ຮັກສາສະຖຽນລະພາບທາງດ້ານເງິນຕາ ຢູ່ 3 ແຂວງ
ໃນທ້າຍເດືອນທັນວາ ຜ່ານມານີ້; ທ່ານ ດອນສະຖຽນ ບຸນມີອາໄພ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ (ທຫລ.ຊຂ) ໄດ້ໃຫ້ຮູ້ວ່າ: ທຫລ.ຊຂ, ໄດ້ເອົາໃຈໃສ່ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາ ທີ່ກ່ຽວ ຂ້ອງກັບຂະແໜງການທະນາຄານຢ່າງຕໍ່ເນື່ອງ ໂດຍສະເພາະກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃຫ້ແກ່ບັນດາບ້ານອ້ອມຂ້າງໃນບ ຂໍ້ມູນເພີ່ມເຕີມ ...

ຄະນະນຳຂອງທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ການນຳລະດັບສູງກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ ແລະ ການວາງສະແດງຜົນງານໃນງານສັບປະດາ ດິຈິຕ໋ອນ 2022
ໃນລະຫວ່າງວັນທີ 21-25 ທັນວາ 2022 ທີ່ ຫໍປະຊຸມແຫ່ງຊາດ. ຄະນະນຳຂອງທະນາຄານແຫ່ງ ສປປ ລາວ (ທຫລ) ເຊິ່ງນຳໂດຍ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ ໄດ້ເຂົ້າຮ່ວມກອງປະຊຸມການນຳລະດັບສູງກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ ພາຍໃຕ້ຄຳຂວັນ: “ການຮ່ວມມືທົ່ວສັງຄົມເພື່ອຫັນເປັນດິຈິຕ໋ອນ ຂອງ ສປປ ລາວ”. ຂໍ້ມູນເພີ່ມເຕີມ ...

ພິທີເຕັ້ນແອໂຣບິກ ເພື່ອສຸຂະພາບ ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ
ໃນວັນທີ 23 ທັນວາ 2022 ທີ່ຜ່ານ ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ປະຈຳປີ 2022 ຂໍ້ມູນເພີ່ມເຕີມ ...

ທະນາຄານແຫ່ງ ສປປ ລາວ ເຜີຍແຜ່-ເຊື່ອມຊຶມ ເອກະສານສຳຄັນຕ່າງໆຂອງພັກ-ລັດ ແລະ ສະຫຼຸບບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ
ໃນຕອນເຊົ້າຂອງວັນທີ 20 ທັນວາ 2022 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ລັດແລະສະຫຼຸບບັ້ນແຂ່ງຂັນຮັກຊາດແລະພັດທະນາ”ທົ່ວຂະແໜງທະນາຄານທີ່ ສະຖາບັນການທະນາຄານ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ, ຂໍ້ມູນເພີ່ມເຕີມ ...

ກອງປະຊຸມສຳມະນາວິຊາການ ໃນຫົວຂໍ້ “ການຄຸ້ມຄອງລະບົບການຊໍາລະ
ໃນວັນທີ 09 ທັນວາ 2022 ທີ່ທະນາຄານແຫ່ງ ສປປ ລາວ, ສາມອົງການຈັດຕັ້ງມະຫາຊົນກົມຄຸ້ມຄອງລະບົບຊໍາລະສະສາງ ໄດ້ຈັດກອງປະຊຸມສຳມະນາວິຊາການຂຶ້ນ ໃນຫົວຂໍ້ “ການຄຸ້ມຄອງລະບົບການຊໍາລະ” ຂໍ້ມູນເພີ່ມເຕີມ ...

ກອງປະຊຸມທະວີພາຄີຂັ້ນວິຊາການ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ສາຂາ ຄຸນມິ່ງ
ໃນວັນທີ 08 ທັນວາ 2022, ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງກອງປະຊຸມທະວີພາຄີຂັ້ນວິຊາການ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ສາຂາ ຄຸນມິ່ງ ຂຶ້ນໃນຮູບແບບທາງໄກ (ອ່ອນລາຍ) ໂດຍການເປັນປະທານຮ່ວມຂອງທ່ານ ນ. ແພງສີ ແພງເມືອງ, ຫົວໜ້າກົມຮ່ວມມືສາກົນ ທະນາ ຄານແຫ່ງ ສປປ ລາວ, ...

ທະນາຄານແຫ່ງ ສປປ ລາວ ຈະນໍາເອົາທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ
ໃນຕອນບ່າຍຂອງວັນທີ 9 ທັນວາ 2022 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ). ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ແລະ ທ່ານ ບຸນທະວີ ສຸກດາວົງ ຫົວໜ້າກົມພິມຈຳໜ່າຍ ທຫລ ພ້ອມດ້ວຍຄະນະ ໄດ້ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບການນຳເອົາທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000 ...