ຝາກປະຢັດ

ຫາກທ່ານຕ້ອງການປະຢັດເງິນໃນໄລຍະສັ້ນໆຫຼືເພື່ອຕ້ອງການຄວາມຄ່ອງໂຕໃນການ ຝາກ-ຖອນ. ເຊິ່ງທ່ານສາມາດໃຊ້ໄດ້ທັງປຶ້ມ ບັນຊີເງິນຝາກ. ໂດຍທະນາຄານຈະຈ່າຍດອກເບ້ຍໃຫ້ປີລະ2ຄັ້ງ, ໃນທ້າຍເດືອນ6 ແລະທ້າຍເດືອນ 12 ຂອງທຸກໆປິ.

ຜົນປະໂຫຍດ

  • ເປັນບັນຊີເພື່ອໃຊ້ໃນການປະຢັດເງິນໃນໄລຍະສັ້ນ, ມີຄວາມສະດວກໃນການຝາກ-ຖອນ.
  • ທະນາຄານຈະເປັນຜູ້ເຮັດປຶ້ມບັນຊີເງິນຝາກໃຫ້ເປັນຫຼັກຖານ, ເພື່ອໃຊ້ໃນການເຄື່ອນໄຫວທາງດ້ານການເງິນແກ່ທ່ານ.

ອັດຕາດອກເບ້ຍ

  • ຄິດໄລ່ຕາມອັດຕາດອກເບ້ຍໃນໄລຍະທີ່ໄດ້ເປີດບັນຊີ.
  • ຄິດໄລ່ດອກເບ້ຍເປັນມື້ຈາກຍອດເຫຼືອເງິນຝາກຕາມອັດຕາທີ່ທາງທະນາຄານໄດ້ກໍານົດແລະຈ່າຍປີລະ2ຄັ້ງ. (30ມິຖຸນາແລະ31ທັນວາ).
  • ອັດຕາດອກເບ້ຍຕໍ່ປີເປັນ(%): ເງິນກີບ:1,91%, ເງິນບາດ: 1,00%, ເງິນໂດລາ:1,25%

ວົງເງິນເລີ່ມຕົ້ນ

  • ຝາກຂັ້ນຕໍ່າ ແລະ ຍອດຮັກສາໄວ້ໃນບັນຊີຕ່ຳສຸດ ເງິນກີບ:50.000ກີບ, ເງິນບາດ:500ບາດ, ເງິນໂດລາ:20ໂດລາ.

ເງື່ອນໄຂການຝາກ ແລະຄ່າທຳນຽມ

  • ເຈົ້າຂອງບັນຊີຕ້ອງຮັກສາບັນຊີເງິນຝາກນີ້ໄວ້ຢ່າງປອດໄພ. ຖ້າປຶ້ມເສຍຫາຍຕ້ອງແຈ້ງໃຫ້ທາງທະນາຄານຮັບຮູ້ທັນທີ. (ແລ້ວເຮັດໃບແຈ້ງເສຍຫາຍຈາກການປົກຄອງບ້ານມາເພື່ອເຮັດປຶ້ມຫົວໃໝ່).
  • ຫາກຜູ້ຝາກມີການປ່ຽນຊື່, ນາມສະກຸນແລະທີ່ຢູ່ຕ້ອງແຈ້ງໃຫ້ທາງທະນາຄານຮັບຮູ້ທັນທີແລະປຶ້ມດັ່ງກ່າວໃຊ້ໄດ້ສະເພາະຜູ້ຝາກ ເທົ່ານັ້ນ. ຈະໂອນຫຼືປ່ຽນມືບໍ່ໄດ້.
  • ປຶ້ມເງິນຝາກແຕ່ລະຫົວມີເລກກໍາກັບໄວ້ທຸກໜ້າ, ຫ້າມຈີກຫຼືເຮັດເປື້ອນ, ຫ້າມປັບປຸງ, ແກ້ໄຂຂໍ້ຄວາມປະໂຫຍກ, ຈໍານວນເງິນຝາກ ແລະ ຫ້າມປ່ຽນແປງຊື່ເຈົ້າຂອງບັນຊີໂດຍເດັດຂາດ.
  • ການຝາກ-ຖອນແຕ່ລະຄັ້ງ, ເຈົ້າຂອງບັນຊີຕ້ອງກວດສອບເບິ່ງຈໍານວນເງິນແລະຍອດເງິນເຫຼືອໃນບັນຊີຢ່າງຄັກແນ່. ຖ້າມີສິ່ງຜິດ ພາດຕ້ອງແຈ້ງໃຫ້ພະນັກງານທະນາຄານຮັບຮູ້ທັນທີທັນໃດເພື່ອແກ້ໄຂໃຫ້ຖືກຕ້ອງ.
  • ໃນກໍລະນີເຈົ້າຂອງບັນຊີບໍ່ສາມາດມາຖອນເງິນໄດ້ດ້ວຍຕົນເອງ, ຕ້ອງມອບສິດໃຫ້ຜູ້ທີ່ວາງໃຈໄດ້ເປັນລາຍລັກອັກສອນຢັ້ງຢືນຈາກ ເຈົ້າຂອງບັນຊີຫຼືກົມກອງພ້ອມປຶ້ມເງິນຝາກມາ, ບັດປະຈໍາຕົວທັງຜູ້ມອບແລະຜູ້ຮັບມາພ້ອມ, ເພື່ອມາຖອນແທນຕົນເອງ.
  • ເງື່ອນໄຂນອກເນື່ອງຈາກນີ້ສາມາດສອບຖາມໄດ້ທີ່ຈຸດບໍລິການເພີ່ມຕື່ມ

ເອກະສານໃນການເປີດບັນຊີ

  • ບັດປະຈໍາຕົວຫຼືສໍາມະໂນຄົວ.
  • ປະກອບແບບຟອມຂອງທພລ, ພ້ອມວາງລາຍເຊັນແລະວາງເງື່ອນໄຂໃນການສັ່ງຈ່າຍ.

ເອກະສານໃນການຖອນເງິນ

  • ບັດປະຈໍາຕົວຫຼືສໍາມະໂນຄົວ(ທີ່ວາງເງື່ອນໄຂເບື້ອງຕົນນໍາທພລ).
  • ໃບຖອນເງິນສົດ(ພ້ອມວາງລາຍເຊັນ).
  • ກໍລະນີເຈົ້າຂອງບັນຊີມາເອງບໍ່ໄດ້ຕ້ອງມີໃບມອບສິດເຊັນຢັ້ງຢືນຈາກບ້ານຫຼືກົມກອງ(ບັດປະຈໍາຕົວທັງຜູ້ມອບແລະຜູ້ຮັບ).

ຂັ້ນຕອນໃນການຝາກປະຢັດ

  • ລູກຄ້າປະກອບແບບຟອມ.
  • ພະນັກງານຈະສ້າງ ID ແລະທໍາການອະນຸມັດ.
  • ພະນັກງານຈະອອກເລກບັນຊີໃຫ້ຕາມລໍາດັບ.
  • ລູກຄ້າສ້າງໃບມອບເງິນສົດແລ້ວນໍາໄປມອບໃຫ້ຄັງເງິນສົດ.
  • ລໍຖ້າການອະນຸມັດແລະທໍາການພິມປຶ້ມອອກໃຫ້ລູກຄ້າ.