ຝາກປະຈຳ

ເປັນບັນຊີທີ່ໃຊ້ໃນການຝາກເງິນ ທີ່ຕ້ອງການຊໍາລະຄືນໃນໄລຍະເວລາທີ່ແນ່ນອນ ຕາມທີ່ໄດ້ຕົກລົງກັນໄວ້, ເໝາະສໍາລັບທຸກທ່ານ ທີ່ມີເງິນເປັນກ້ອນແຕ່ຍັງບໍ່ທັນຕ້ອງການນໍາໃຊ້. ທ່ານຈະໄດ້ຮັບດອກເບ້ຍສູງກວ່າດອກເບ້ຍປົກກະຕິຕາມກໍານົດເວລາຂອງການຝາກ ເຊັ່ນ: ກໍານົດ 3ເດືອນ, 6ເດືອນ, 1ປີ ແລະ 2ປີ.

ຜົນປະໂຫຍດ

  • ຜູ້ຝາກຈະໄດ້ຮັບດອກເບ້ຍທີ່ສູງກວ່າການຝາກໃນແບບອື່ນ.
  • ຜູ້ຝາກສາມາດຮັບດອກເບ້ຍໃນແຕ່ລະເດືອນໄດ້. (ກໍລະນີຝາກ 1ປີ ແລະ 2ປີ).
  • ເງິນຝາກທີ່ຝາກກາຍ 3ເດືອນຂຶ້ນໄປ, ຖ້າຖອນກ່ອນກໍານົດແມ່ນຈະໄດ້ຮັບດອກເບ້ຍໂດຍຄິດໄລ່ຕາມອັດຕາເງິນຝາກແບບປະຢັດ.
  • ກໍລະນີເງິນຝາກປະຈໍາຄົບກໍານົດໃນມື້ພັກລັດຖະການ ຜູ້ຝາກສາມາດຖອນໄດ້ໃນມື້ຖັດໄປ. ເຊິ່ງ ບຢບ ຈະຄິດໄລ່ອັດຕາດອກເບ້ຍ ໃຫ້ຜູ້ຝາກລວມມື້ພັກການອີກດ້ວຍ.
  • ກໍລະນີຝາກຮອດກໍານົດລູກຄ້າບໍ່ມາຖອນ, ສ່ວນທີ່ເກີນຖ້າໄລຍະເກີນເທົ່າກັບກໍານົດຝາກຄັ້ງທໍາອິດຈະຄິດໄລ່ດອກເບ້ຍມີກໍານົດ (ຄູນ 2ຫຼື…), ຖ້າສ່ວນທີ່ກາຍນັ້ນບໍ່ເທົ່າກັບກໍານົດຝາກຄັ້ງທໍາອິດແມ່ນຈະຄິດໄລ່ດອກເບ້ຍເງິນຝາກປະຢັດໃຫ້.
  • ເງິນຝາກປະຈໍາຂອງທ່ານສາມາດໃຊ້ເປັນຫຼັກຊໍ້າຄໍ້າປະກັນໃນການຂໍກູ້ຢືມເງິນຈາກທະນາຄານໄດ້.

ອັດຕາດອກເບ້ຍ

  • ຄິດໄລ່ຕາມອັດຕາດອກເບ້ຍໃນໄລຍະທີ່ໄດ້ເປີດບັນຊີ.

ວົງເງິນເລີ່ມຕົ້ນ

  • ຝາກຂັ້ນຕໍ່າ ແລະ ຍອດຮັກສາໄວ້ໃນບັນຊີຕ່ຳສຸດ (3ເດືອນ, 6ເດືອນ, 12ເດືອນ, 24ເດືອນ, 36 ເດືອນ, 48ເດືອນ ແລະ 60ເດືອນ: ເງິນກີບ 500.000ກີບ, ເງິນບາດ 2.000ບາດ, ເງິນໂດລາ 100ໂດລາ.

ເງື່ອນໄຂການຝາກ ແລະຄ່າທໍານຽມ

  • ເງິນຝາກປະຈໍາຫາກຖອນເງິນກ່ອນ 3ເດືອນທໍາອິດແມ່ນຈະບໍ່ຈ່າຍດອກເບ້ຍ.
  • ເຈົ້າຂອງບັນຊີຕ້ອງຮັກສາໃບຢັ້ງຢືນການຝາກໄວ້ຢ່າງປອດໄພ. ຖ້າປຶ້ມເສຍຫາຍຕ້ອງແຈ້ງໃຫ້ທະນາຄານຮັບຮູ້ທັນທີ(ແລ້ວຮັບໃບ ແຈ້ງເສຍຫາຍຈາກການປົກຄອງບ້ານມາເພື່ອເຮັດໃບໃໝ່).
  • ຫາກຜູ້ຝາກມີການປ່ຽນຊື່, ນາມສະກຸນແລະທີ່ຢູ່ອາໄສຕ້ອງແຈ້ງໃຫ້ທະນາຄານຮັບຮູ້ທັນທີແລະໃບຝາກປະຈໍານີ້ໃຊ້ສະເພາະຕົວ ຜູ້ຝາກເທົ່ານັ້ນ, ຈະໂອນຫຼືປ່ຽນມືບໍ່ໄດ້.
  • ໃບຝາກປະຈໍາທຸກໆໃບຈະມີເລກກໍາກັບໄວ້ທຸກໜ້າ (ຫ້າມຈີກ) ຫຼືເຮັດເປື້ອນເປິກ. ຫ້າມປັບປຸງແກ້ໄຂຂໍ້ຄວາມປະໂຫຍກ, ຈໍານວນ ເງິນແລະຫ້າມປ່ຽນແປງຊື່ເຈົ້າຂອງບັນຊີໂດຍເດັດຂາດ.
  • ການຝາກ-ຖອນແຕ່ລະຄັ້ງ, ເຈົ້າຂອງບັນຊີຕ້ອງກວດສອບເບິ່ງຈໍານວນເງິນແລະຍອດເຫຼືອບັນຊີຢ່າງຄັກແນ່. ຖ້າມີສິ່ງໃດຜິດພາດ ຕ້ອງແຈ້ງໃຫ້ພະນັກງານທະນາຄານຮັບຮູ້ທັນທີທັນໃດເພື່ອທໍາການແກ້ໄຂໃຫ້ຖືກຕ້ອງ.
  • ໃນກໍລະນີເງິນຝາກຄົບກໍານົດແຕ່ເຈົ້າຂອງບັນຊີບໍ່ສາມາດມາຖອນເງິນໄດ້ດ້ວຍຕົນເອງ, ຕ້ອງມອບສິດໃຫ້ຮູ້ໄວ້ໃຈໄດ້ເປັນລາຍລັກ ອັກສອນຢັ້ງຢືນຈາກເຈົ້າຂອງຫຼືກົມກອງພ້ອມໃບຝາກຄັດແນບມາ, ບັດປະຈໍາຕົວທັງຜູ້ມອບແລະຜູ້ຮັບມາພ້ອມ, ເພື່ອມາຖອນແທນ ຕົນເອງ.
  • ກໍລະນີປິດສັນຍາເງິນຝາກກ່ອນກໍານົດ ປະເພດ 3 ເດືອນ, 6 ເດືອນ, 9 ເດືອນ, 12 ເດືອນ, 18 ເດືອນ, 24 ເດືອນ, 36 ເດືອນ, 48 ເດືອນ ແລະ 60 ເດືອນ:
  1. ກໍລະນີປິດກ່ອນ 3 ເດືອນ:
    • ກໍລະນີ ທະນາຄານຍັງບໍ່ທັນໄດ້ຈ່າຍດອກເບ້ຍໃຫ້ ທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານ ປະກາດໃຊ້ໃນແຕ່ລະໄລຍະ.
    • ກໍລະນີ ທະນາຄານ ໄດ້ຈ່າຍດອກເບ້ຍໄປກ່ອນ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນນກໍານົດ 1% ຂອງດອກເບ້ຍທີ່ຈ່າຍໄປ ຕາມສະກຸນເງິນ ( ຕໍ່າສຸດເງິນກີບ 100.000 ກີບ, ເງິນໂດລາ 13 ໂດລາສະຫະລັດ ແລະ ເງິນບາດໄທ 440 ບາດ ) ດ້ວຍການຫັກຈາກຕົົ້ນທຶນ ແຕ່ທະນາຄານຈະຈ່າຍດອກເບ້ຍ ເງິນຝາກປະຢັດໃຫ້ຕາມສະກຸນເງິນທີ່ຝາກໂດຍອີງຕາມອັດຕາດອກເບ້ຍ ໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ.
  1. ກໍລະນີປິດຫລັງ 3 ເດືອນ:

2.1 ກໍລະນີ ທະນາຄານຍັງບໍ່ທັນໄດ້ຈ່າຍດອກເບ້ຍໃຫ້ ທະນາຄານຈະຈ່າຍດອກເບ້ຍໃຫ້ໃນຮູບແບບອັດຕາດອກເບ້ຍແບບລາຍເດືອນຂອງເງິນຝາກມີກໍານົດຕາມໄລຍະຝາກຕົວຈິງຂອງ ປະເພດນັ້ນໃຫ້ພຽງຄັ້ງດຽວຕໍ່ສັນຍາຝາກ ແລະ ສ່ວນທີ່ເຫລືອທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕົວຢ່າງ: ສັນຍາຝາກຂອງລູກຄ້າຝາກມີກໍານົດ 5 ປີ ເອົາດອກເບ້ຍ ເມືື່ອຄົບກໍານົດ ແຕ່ລູກຄ້າຝາກໄດ້ 3 ປີ 8 ເດືອນ ແລ້ວມາຖອນກ່ອນກໍານົດ ທະນາຄານຈະຈ່າຍດອກເບ້ຍຮູບແບບ ອັດຕາດອກເບ້ຍລາຍເດືອນຂອງໄລຍະ 3 ປີໃຫ້ ແລະ ອີກ 8 ເດືອນ ທະນາຄານຈະຈ່າຍດອກເບ້ຍຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ. ສໍາລັບ ສັນຍາເງິນຝາກມີໄລຍະການຝາກ 3,6,9 ເດືອນ ທະນາຄານຈະຈ່າຍດອກເບ້ຍເມືື່ອຄົບກໍານົດສັນຍາ ສ່ວນທີ່ເຫລືອ ທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ.

2.2 ກໍລະນີ ທະນາຄານໄດ້ຈ່າຍດອກເບ້ຍເງິນຝາກໃຫ້ເປັນ ລາຍເດືອນ, ໄຕມາດ(3ເດືອນ), ງວດ(6ເດືອນ) ແລະ 1 ປີ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າ ທໍານຽມປິດບັນຊີກ່ອນກໍານົດ 1% ຂອງດອກເບ້ຍທີ່ຈ່າຍໄປ ( ຕໍ່າສຸດເງິນກີບ 100.000 ກີບ, ເງິນໂດລາ 13 ໂດລາສະຫະລັດ ແລະ ເງິນບາດໄທ 440 ບາດ ) ດ້ວຍການຫັກອອກ ຈາກຕົົ້ນທຶນເງິນຝາກ ແຕ່ທະນາຄານຈະຈ່າຍດອກເບ້ຍໃຫ້ດັ່ງນີ້:

    • ໄລຍະເວລາການຝາກ 1 ປີ ລົງມາ ທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນ ແຕ່ລະໄລຍະ.
    • ໄລຍະເວລາການຝາກ 1 ປີ ຂຶ້ນໄປ ທະນາຄານຈະຈ່າຍດອກເບ້ຍແບບລາຍເດືອນໃຫ້ ຕາມໄລຍະຝາກຕົວຈິງ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ ທະນາຄານປະກາດໃຊ້ໃນແຕ່ລະໄລຍະ ຕົວຢ່າງ: ສັນຍາຝາກຂອງລູກຄ້າຝາກມີກໍານົດ 3 ປີ ເອົາດອກເບ້ຍເປັນລາຍເດືອນ ແຕ່ລູກຄ້າຝາກໄດ້ 1 ປີ 5 ເດືອນ ແລ້ວມາຖອນກ່ອນກໍານົດ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນກໍານົດ 1% ແຕ່ ທະນາຄານຈະຈ່າຍດອກເບ້ຍຮູບແບບ ອັດຕາດອກເບ້ຍລາຍເດືອນຂອງໄລຍະຝາກ 1 ປີໃຫ້ ແລະ ອີກ 5 ເດືອນ ທະນາຄານຈະຈ່າຍດອກເບ້ຍຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານ ປະກາດໃຊ້ໃນແຕ່ລະໄລຍະ.
  1. ກໍລະນີ ທະນາຄານຈ່າຍດອກເບ້ຍລ່ວງໜ້າ 1 ປີ.

ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນກໍານົດ 2% ຂອງດອກເບ້ຍທີ່ຈ່າຍໄປ ( ຕໍ່າສຸດເງິນກີບ 100.000 ກີບ, ເງິນໂດລາ 13 ໂດລາ ສະຫະລັດ ແລະ ເງິນບາດໄທ 440 ບາດ ) ດ້ວຍການຫັກອອກຈາກຕົົ້ນທຶນເງິນຝາກ ແຕ່ທະນາຄານຈະຈ່າຍດອກເບ້ຍໃຫ້ດັ່ງນີ້:

    • ໄລຍະເວລາການຝາກ 1 ປີ ລົງມາ ທະນາຄານຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ.
    • ໄລຍະເວລາການຝາກ 1 ປີ ຂຶ້ນໄປ ທະນາຄານຈະຈ່າຍດອກເບ້ຍແບບລາຍເດືອນໃຫ້ ຕາມໄລຍະຝາກຕົວຈິງ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ ທະນາຄານປະກາດໃຊ້ໃນແຕ່ລະໄລຍະ ຕົວຢ່າງ: ສັນຍາຝາກຂອງລູກຄ້າຝາກມີກໍານົດ 5 ປີ ເອົາດອກເບ້ຍເປັນລ່ວງໜ້າ 1 ປີ ແຕ່ລູກຄ້າຝາກໄດ້ 1 ປີ 10 ເດືອນ ແລ້ວມາຖອນກ່ອນ ກໍານົດ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນກໍານົດ 2% ແຕ່ ທະນາຄານຈະຈ່າຍດອກເບ້ຍຮູບແບບ ອັດຕາດອກເບ້ຍລາຍ ເດືອນຂອງໄລຍະຝາກ 1 ປີໃຫ້ ແລະ ອີກ 10 ເດືອນ ທະນາຄານຈະຈ່າຍດອກເບ້ຍຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານ ປະກາດໃຊ້ໃນແຕ່ລະໄລຍະ
  • ເງື່ອນໄຂນອກເນື່ອງຈາກນີ້ສາມາດສອບຖາມໄດ້ທີ່ຈຸດບໍລິການເພີ່ມຕື່ມ

ສາມາດເບິ່ງຄ່າທໍານຽມໄດ້ທີ່ນີ້.

ເອກະສານໃນການເປີດບັນຊີ

  • ບັດປະຈໍາຕົວຫຼືສໍາມະໂນຄົວ.
  • ປະກອບແບບຟອມຂອງທພລພ້ອມວາງລາຍເຊັນແລະວາງເງື່ອນໄຂໃນການສັ່ງຈ່າຍ.

ເອກະສານ​ໃນການຖອນເງິນ

  • ບັດປະຈໍາຕົວຫຼືສໍາມະໂນຄົວ (ທີ່ວາງເງື່ອນໄຂເບື້ອງຕົ້ນນໍາ ບຢບ).
  • ໃບຖອນເງິນສົດ (ພ້ອມວາງລາຍເຊັນ).
  • ກໍລະນີເຈົ້າຂອງບັນຊີມາເອງບໍ່ໄດ້ຕ້ອງມີໃບມອບສິດເຊັນຢັ້ງຢຶນຈາກບ້ານຫຼືກົມກອງ (ບັດປະຈໍາຕົວທັງຜູ້ມອບ ແລະ ຜູ້ຮັບ).

ຂັ້ນຕອນໃນການຝາກປະຈໍາ

  • ລູກຄ້າປະກອບແບບຟອມຕາມທີ່ທາງທະນາຄານໄດ້ກໍານົດໄວ້.
  • ພະນັກງານຈະທໍາການສ້າງໄອດີ ID ໃຫ້ກັບທ່ານ.
  • ພະນັກງານຈະທໍາການອອກເລກບັນຊີໃຫ້ກັບທ່ານຕາມລໍາດັບ.
  • ລູກຄ້າສ້າງໃບມອບເງິນສົດແລະນໍາໄປມອບໃຫ້ຄັງເງິນສົດ.
  • ເມື່ອຜ່ານການອະນຸມັດແລ້ວຈະພິມໃບຢັ້ງຢືນການຝາກແລະໃບຄິດໄລ່ດອກເບ້ຍໃຫ້ແກ່ລູກຄ້າ.