ສິນເຊື່ອ

ສິນເຊື່ອເພື່່ອການສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມນະໂຍບາຍ

ເປັນສິນເຊື່ອທີ່ນໍາໄປລົງທຶນ ໃນກິດຈະການສ່ວນຕົວ ແລະ ເປັນການຂໍສິນເຊື່ອເພື່ອເລີ່ມຕົ້ນທຸລະກິດ, ຂະຫຍາຍການລົງທຶນ ຫຼື ເປັນເງິນໜູນວຽນໃນກິດຈະການ ທີ່ສ້າງຕັ້ງຂື້ນ ແລະ ດໍາເນີນກິດຈະການຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ. ທຸກການປ່ອຍກູ້ຕ້ອງອິງໃສ່ມາດຖານການປະເມີນສິນເຊື່ອໂດຍມີການໄລ່ລຽງ.

  • ປະເພດຂອງສິນເຊື່ອ: ເງິນກູ້ປົກກະຕິ, ເງິນກູ້ແບບໜູນວຽນ ແລະ ອື່ນໆ.
  • ໄລຍະເວລາ ກູ້ຢືມແມ່ນ 2 ປີ (ສາມາດຕໍ່ສັນຍາໄດ້)
  • ເປົ້າໝາຍຂອງສິນເຊື່ອ: ການຜະລິດສິນຄ້າ, ການຄ້າຂາຍ, ການບໍລິການ ແລະ ການຂະຫຍາຍກິດຈະການ

ບັນດາເອກະສານປະກອບໃນການຂໍສິນເຊື່ອສໍາລັບ SMEs:

  • ໃບສະເໜີຂໍກູ້ຢືມເງິນ (ຕາມແບບຟອມຂອງ ທບຢລ).
  • ສໍາເນົາ: ໃບທະບຽນວິສາຫະກິດ, ໃບທະບຽນອາກອນ (ປີປະຈຸບັນ), ໃບອະນຸຍາດອື່ນໆທີ່ກ່ຽວຂ້ອງ.
  • ສໍາເນົາ: ບັດປະຈໍາຕົວ/ສໍາມະໂນຄົວ.
  • ເອກະສານການລາຍງານການເງິນຂອງທຸລະກິດ.
  • ແຜນທຸລະກິດຂອງລູກຄ້າ
  • ສໍາເນົາ ຫຼັກຊັບຄໍ້າປະກັນ: ໃບຕາດິນຖາວອນ
  • ເອກະສານອື່ນໆຕາມການຮຽກຮ້ອງຂອງ ທບຢລ

 ສິນເຊື່ອໄລຍະກາງ

ຊື່ຜະລິດ​ຕະພັນສິນເຊື່ອໄລຍະກາງ
ຄຸນລັກສະນະເປັນການ​ໃຫ້​ບໍລິການສິນ​ເຊື່ອ​ທີ່ມີ​ໄລຍະເລີ່ມແຕ່ 2 ປີ ຫາ 6 ປີ, ​ສິນເຊື່ອ ປະ​ເພດ​ນີ້​ມີ​ຈຸດປະສົງ​ເພື່ອ​ຊ່ວຍ​ສະໜັບສະໜູນ​ເງິນ​ທຶນໝູນວຽນ ແລະ ທຶນຄົງທີ່ ເພື່ອເສີມສະພາບຄ່ອງທາງການເງິນໃຫ້ຫົວໜ່ວຍທຸລະກິດ ບໍໍ່ວ່າຈະເປັນທຶນ ຊື້ວັດຖຸດິບ, ອຸປະກອນ – ເຄື່ອງຈັກ, ຈ່າຍຄ່າແຮງງານ ແລະ ຂະຫຍາຍທຸລະກິດ.
ຜົນປະໂຫຍດທີ່ໄດ້ຮັບ
  • ຊ່ວຍເສີມ​ສະພາບ​ຄ່ອງ​ດ້ານ​ການ​ເງິນ​ໃຫ້​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ໄດ້ຕໍ່​ເນື່ອງ.
  • ຕອບ​ສະໜອງ​ວ່ອງ​ໄວ​ກັບ​ຄວາມ​ຕ້ອງການ​ຊຳລະ​ສະ​ສາງ​ໄດ້​ເປັນ​ຢ່າງ​ດີ.
  • ສາມາດສ້າງກໍ່າໄລຈາກການລົງທຶນທີ່ສູງກວ່າ
  • ຈ່າຍ​ອັດຕາ​ດອກ​ເບ້​ຍທີ່​ຕ່ຳກວ່າ.
  • ສາມາດ​ແບ່ງ​ງວດ​ຊຳລະ​ຕາມ​ກະ​ແສ​ເງິນ​ລາຍ​ຮັບ​ຂອງຜູ້ກູ້ຢືມ
ປະເພດສິນເຊື່ອ
  •  ເງິນກູ້ປົກກະຕິ ແລະ ເງິນກູ້ແບບໝູນວຽນ
ສະກຸນເງິນໃຫ້ສິນເຊື່ອ
  • ຜູ້ກູ້ຢືມສາມາດກູ້ຢືມໄດ້ 2 ສະກຸນເງິນ ກີບ, ໂດລາ (ຕາມສະກຸນເງິນລາຍຮັບຂອງຜູ້ກູ້ຢືມ)
ວົງເງິນສິນເຊື່ອ
  • ​ຜູ້ກູ້ຢືມ​ຈະ​ໄດ້​ຮັບວົງເງິນສິນເຊື່ອຕາມ​ຄວາມ​ຕ້ອງການ​ຂ​ອງ​ເງິນ​ທຶນ​ຕົວ​ຈິງ ທີ່ຂຶ້ນກັບຄວາມສາມາດໃນການສ້າງກຳໄລໃນທຸລະກິດ, ມູນຄ່າຫຼັກຊັບຄໍ້າປະກັນ ແລະ ການພິຈາລະນາຂອງທະນາຄານ.
  • ກຳນົດເວລາສິນເຊື່ອ: 2 ຫາ 6 ປີ
ອັດຕາດອກເບ້ຍ
 ສະກຸນເງິນ ແລະ ອັດຕາດອກເບ້ຍ
ປະເພດລູກຄ້າເງິນກີບເງິນໂດລາເງິນບາດ
AAA9.509.50 
AA9.509.50 
A9.509.50 
ໝາຍເຫດ
  • AAA:  ແມ່ນລູກຄ້າທີ່ເຄີຍກູ້ຢືມນໍາ ທຄຕລ ມາກ່ອນ, ມີຄວາມຈິງໃຈໃນການຊຳລະໜີ້, ມີລະບົບການບໍລິຫານທີ່ດີ, ຫລັກຊັບຄໍ້າປະກັນພຽງພໍ ແລະ ປະຕິບັດໄດ້ຄົບເງື່ອນໄຂການອະນຸມັດຕາມສັນຍາໄດ້ຄົບຖ້ວນ.
  • AA:  ແມ່ນລູກຄ້າທີ່ຍັງບໍ່ມີປະຫວັດການກູ້ຢືມນຳ ທຄຕລ ມາກ່ອນ ຫຼື ມີປະຫວັດການກູ້ຢືມທີ່ດີນໍາ ທຄຕລ ມາກ່ອນ, ມີຄວາມຈິງໃຈໃນການຊຳລະໜີ້, ມີລະບົບການບໍລິຫານທີ່ດີ, ຫລັກຊັບຄໍ້າປະກັນພຽງພໍ.
  • A:   ແມ່ນລູກຄ້າທີ່ຍັງບໍ່ມີປະຫວັດການກູ້ຢືມນຳ ທຄຕລ ມາກ່ອນ ຫຼື ມີປະຫວັດການກູ້ຢືມທີ່ດີ ນຳ ທຄຕລ ມາກ່ອນແລ້ວ; ແຕ່ການປະຕິບັດເງື່ອນໄຂການອະນຸມັດ ຕາມສັນຍາຍັງບໍ່ຄົບຖ້ວນ, ຫລັກຊັບຄໍ້າປະກັນຍັງບໍ່ພຽງພໍ.
ຄຸນສົມບັດຂອງຜູ້ກູ້ຢືມ
  • ສາມາດໃຫ້ຄວາມຮ່ວມມືໃນການພົວພັນກັບ ທຄຕລ ໃນທຸກກໍລະນີ.
  • ມີປະຫວັດການພົວພັນທີ່ດີກັບທະນາຄານ.
  • ມີແຫຼ່ງລາຍຮັບແນ່ນອນ ມີເອກະສານຢັ້ງຢືນລາຍຮັບ
  • ເປັນບຸກຄົນ ຫຼື ນິຕິບຸກຄົນທີ່ເຊື່ອຖືໄດ້ ແລະ ດຳລົງຊີວິດຢູ່ ສປປ ລາວ.
ເອກະສານປະກອບເບື້ອງຕົ້ນ

1. ໃບ​ສະ​ເໜີ​ຂໍ​ສິນ​ເຊື່ອ(ພົວພັນກັບທະນາຄານ)

2. ເອກະສານ​ນິຕິກໍາການ​ດຳ​ເນີນ​ທຸລະ​ກິດ

  • ໃບທະບຽນວິສາຫະກິດ (ສຳເນົາ)
  • ໃບທະບຽນອາກອນ ປີຫຼ້າສຸດ (ສຳເນົາ)
  • ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ໃນ​ເຄືອ (ສຳເນົາ)

3. ເອກະສານຂໍ້​ມູນ​ສ່ວນ​ຕົວ​ຂອງຜູ້ກູ້ຢືມ

  • ບັດປະຈໍາຕົວ (ສໍາເນົາ)
  • ສໍາເນົາສໍາມະໂນຄົວ (ສຳເນົາ)
  • ປຶ້ມຜ່ານແດນ (ສຳເນົາ) ຖ້າມີ

4. ເອກະສານດ້ານການບໍລິຫານພາຍ​ໃນ

  • ໂຄງຮ່າງການຈັດຕັ້ງ (ສຳເນົາ)
  • ລະບຽບບໍລິສັດ (ສຳເນົາ)
  • ຂໍ້ຕົກລົງຮັບຮູ້ຈາກຂາຮຸ້ນ (ສຳເນົາ)
  • ໃບຢັ້ງຢືນການຮ່ວມທຶນ ຫຼື ຜູ້ຖືຮຸ້ນ ກໍລະນີມີການຮ່ວມທຶນ (ສຳເນົາ)

5. ເອກະສານດ້ານການເງິນ

  • ໃບ​ສະ​ຫຼຸບ​ຊັບ​ສົມບັດ
  • (ກໍລະນີ ​ບ/ສ ມີ​ປື້​ມສະຫຼຸບ​ຖານະ​ການ​ເງິນ ​ແລະ ສະຫຼຸບ​ບັນຊີ​ແມ່ນ (ສຳເນົາ) 2 ປີຄືນຫຼັງ
  • ​ໃບ​ສະຫຼຸບ​ກຳ​ໄລ​ຂາດທຶນ
  •  ການ​ເຄື່ອນ​ໄຫ​ວບັນຊີ​ເງິນ​ຝາກ ຂອງ​ປີຜ່ານມາ ​ແລະ ປະຈຸ​ບັນ ທຸກໆທະນາຄານທີ່ລູກຄ້າໄດ້ເຄື່ອນໄຫວ  (ສຳເນົາ)
  • ບົດ​ວິພາກ ​ເສດຖະກິດ ( ກໍລະນີ​​​ໂຄ​ງການ​ໃໝ່​ ຫຼື ​   ເປັນ​ການ​ຂະຫຍາຍ​ທຸລະ​ກິດ).

6. ເອກະສານກ່ຽວ​ກັບຫຼັກຊັບຄ້ຳປະກັນ

  • ສໍາ​ເນົາ​ໃບ​ຕາດິນ (ສຳເນົາ)
  • ປື້ມບັນຊີ​ເງິນ​ຝາກ (ສຳເນົາ)

7. ເອກະສານອື່ນໆຕາມການຮຽກຮ້ອງຂອງທະນາຄານ