ພັນທະບັດ ທຫລ ຈຳໜ່າຍບັນລຸ 4 ພັນຕື້ກວ່າກີບ

ນັບຕັ້ງແຕ່ວັນທີ 15 ມິຖຸນາ 2022 ຈົນຮອດປັດຈຸບັນ (17 ສິງຫາ 2022) ເປັນເວລາ 45 ວັນລັດຖະການ ພັນທະບັດ ທຫລ ສາມາດຈຳໜ່າຍໄດ້ບັນລຸ 4.004 ຕື້ກີບ ຫຼືເທົ່າກັບ 80%ໂດຍປະເພດບຸກຄົນທີ່ຊື້ພັນທະບັດ ກວມອັດຕາສ່ວນ 42% ແລະ ນິຕິບຸກຄົນ ກວມອັດຕາສ່ວນ 38%   ຂໍ້ມູນເພີ່ມເຕີມ ... Read More

ທຫລ ຈັດກິດຈະກຳແຂ່ງຂັນກິລາດອກປີກໄກ່ ແລະ ເປຕັງສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022

ໃນຕອນເຊົ້າ ຂອງວັນທີ 20ສິງຫາ 2022ທີ່ ເດີ່ນກິລາໃນຮົ່ມບຶງຂະຫຍອງ ນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ປປ ລາວ ພ້ອມດ້ວຍ ທະນາຄານທຸລະກິດຫວຽດນາມ ແລະ ທະນານຄານທຸລະກິດລັດ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ໄດ້ຮ່ວມກັນຈັດກິດຈະກຳສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ (ຊາຍ-ຍິງ) ແລະ ເປຕັງ(ຊາຍ-ຍິງ) ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ.   ຂໍ້ມູນເພີ່ມເຕີມ ... Read More

ກອງປະຊຸມ “ເຜີຍແຜ່ຜົນການສຳຫຼວດການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ 2022”

ໃນວັນທີ 18 ສິງຫາ 2022 ທີ່ຫ້ອງປະຊຸມໃຫຍ່ຊັ້ນ VII ທຫລ ໄດ້ຈັດກອງປະຊຸມ ເຜີຍແຜ່ຜົນການສຳຫຼວດການເຂົ້າເຖິງການບໍລິການທາງດ້ນການເງິນໃນ ສປປ ລາວ ປະຈຳປີ 2021 ໃຫ້ກຽດເປັນປະທານໂດຍທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ເຊິ່ງມີຕາງໜ້າຈາກອົງການ UNCDF, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.   ຂໍ້ມູນເພີ່ມເຕີມ ... Read More

ທ່ານຮອງຜູ້ວ່າການ ທຫລ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະສະພາທຸລະກິດສະຫະລັດອາເມລິກາ-ອາຊຽນ

ໃນຕອນເຊົ້າຂອງວັນທີ 16 ສິງຫາ 2022 ທີ່ຫ້ອງຮັບແຂກທະນາຄານແຫ່ງ ສປປ ລາວ (ທຫລ) ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Michael W. Michalack ຮອງປະທານອາວຸໂສ   ຂໍ້ມູນເພີ່ມເຕີມ ... Read More