ໃນຕອນບ່າຍຂອງວັນທີ 04 ກໍລະກົດ 2025, ທີ່ຫ້ອງຮັບແຂກຂອງ ທະນາຄານແຫ່ງ ສປປ ລາວ (ທຫລ), ທ່ານ ນ. ບຸນຄໍາ ວໍລະຈິດ ຜູ້ວ່າການ, ທຫລ ພ້ອມດ້ວຍຄະນະຈາກກົມກ່ຽວຂ້ອງ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.