ໂຄງຮ່າງການບໍລິຫານຂອງທະນາຄານບູຢອງລາວ

 

ທະນາຄານ ບູຢອງ ລາວ ຈຳກັດ ລວມທັງພະນັກງານສາຂາມີທັງຫມົດ 22 ຄົນ, ເປັນຍິງ 10 ຄົນ, ໃນນີ້ມີຜູ້ບໍລິຫານເປັນຊາວຕ່າງປະເທດມີ 3 ທ່ານ, ອໍານວຍການໃຫຍ່ 1 ທ່ານ, ແລະ ຜູ້ຈັດການທົ່ວໄປ 1 ທ່ານ, ຜູ້ກວດສອບ 1 ທ່ານ.

 

ການ​ບໍລິຫານ​ຂອງ​ທະນາຄານ​ໄດ້​ແບ່ງ​ເປັນ 7 ພະ​ແນ​ກຄື: ພະແນກບໍລິການລູກຄ້າ, ພະ​ແນ​ກສິນ​ເຊື່ອ, ພະ​ແນ​ກບັນຊີ-ການ​ເງິນ, ພະ​ແນ​ກສັງລວມ, ພະ​ແນ​ກບຸກຄະລາກອນ, ພະແນກ​ການຕະຫຼາດ, ພະແນກໄອທີ ແລະ ຄະນະ​ກຳມະການສະພາບໍລິຫານສປະກອບມີ 3 ຄະນະ​ກຳມະການ​ຄື: ຄະນະ​ກຳມະການ​ບໍລິຫານຄວາມສ່ຽງ, ຄະນະ​ກຳມະການຄຸ້ມຄອງບໍລິຫານ, ຄະນະ​ກຳມະການ​ກວດ​ສອບ​ ​ທະນາຄານ​ໄດ້​ກຳນົດ​ພາລະ​ບົດບາດ, ສິດ ​ແລະ ຫນ້າ​ທີ່ ​ໃຫ້ແຕ່ລະ​ຄະນະ, ພະ​ແນ​ກຮັບຜິດຊອບ ​ເພື່ອ​ຄວາມ​ສະດວກ​ໃນ​ການ​ປະຕິບັດ​ວຽກ​ງານ​ໃຫ້​ຖືກຕ້ອງສອດຄ່ອງ​ກັບ​ນະ​ໂຍບາຍ​, ​ໃນ​ການ​ຄຸ້ມ​ຄອງ, ຕິດຕາມ ​ແລະ ກວດກາ (ລາຍ​ລະອຽດ​ໃຫ້​ເບິ່ງ​ຕາມ​ໂຄງ​ຮ່າງ​ການຈັດ​ຕັ້ງ).

 

ສະພາບໍລິຫານ

 

ທ່ານ ລີ ຈຸງ ກຶນ……………………….ປະທານ

 

ຄະນະຜູ້ບໍລິຫານ

ຄະນະຜູ້ບໍລິຫານຂອງທະນາຄານນະອອກເອກະສານລາຍງານສະບັບນີ້ວັນທີ 31 ທັນວາ 2024 ປະກອບມີ:

ທ່ານ ຈັງ ຄິວ ຢັງ

ຕຳແຫນ່ງ ອຳນວຍການໃຫຍ່
07/03/2024

ທ່ານ ຄິມ ບຽງ ຄວນ

ຕຳແຫນ່ງ ຮອງອຳນວຍການ
07/03/2024

ທ່ານ ນາງ ຫິວ ຈອງຄິມ

ຕຳແຫນ່ງ ຜູ້ກວດສອບ / ທະນາຍຄວາມ

12/03/2024

ທ່ານ ນາງ ສຸກສາຄອນ ຈັນທະແສງ

ຕຳແຫນ່ງ ຜູ້ຈັດການສາຂາ

15/10/2024

ຄຳເຫັນຂອງຄະນະຜູ້ບໍລິຫານ

ຂ້າພະເຈົ້າໃນນາມຄະນະຜູ້ບໍລິຫານ ທະນາຄານ ບູຢອງ ລາວ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນຳພັກລັດ ໂດຍສະເພາະແມ່ນທະນາຄານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ທິດຊີ້ນຳ ເພື່ອພັດທະນາຄານໃຫ້ກ້າວໄກ ແລະ ທັນສະໄຫມ.

ໃນໄລຍະ 10 ປີ ຜ່ານມາ ທະນາຄານໄດ້ມີຄວາມບຸກບືນຜ່ານຜ່າອຸປະສັກນາໆປະການ ແລະ ພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທາງດ້ານການເງິນ, ສ້າງຄວາມເຊື່ອຫມັ້ນໃນການໃຫ້ບໍລິການລູກຄ້າ ແລະ ມີນະໂຍບາຍທີ່ດີ ເຮັດໃຫ້ທະນາຄານສາມາດສ້າງຕັ້ງສາຂາໄດ້ຫນຶ່ງແຫ່ງໃນນະຄອນຫລວງວຽງຈັນ ລວມກັບສຳນັກງານໃຫຍ່ເປັນສອງສາຂາ. ທະນາຄານຈະສ້າງສາຍສຳພັນອັນດີງາມກັບລູກຄ້າ, ທະນາຄານພາຍໃນປະເທດ, ອົງການຂອງພາກເອກະຊົນຕ່າງໆ ແລະ ອົງການຄຸ້ມຄອງຂອງລັດ ເພື່ອສ້າງປະສົບການທາງດ້ານທຸລະກິດໃຫ້ມີຫລາກຫລາຍສີສັນ ແລະຫມັ້ນຄົງ. ມີສາຍສຳພັນທີ່ດີກໍເຫມືອນມີພູມຄຸ້ມກັນທີ່ດີໃນການທຳທຸລະກິດຄຽງຄູ່ກັບການຮ່ວມງານ ກັບຫລາຍພາກສ່ວນ ຊຶ່ງຈະເກີດມີປະສິດທິຜົນ ສຳລັບການແກ້ໄຂບັນຫາ ແລະ ສິ່ງທີ່ທ້າທາຍທີ່ຈະປະເຊີນຫນ້າກັບມັນ ໂດຍສະເພາະແມ່ນການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ເອີ້ນວ່າ ໂຄວິດ-19 (COVID-19).

ໃນໄລຍະ 1 ປີ ທີ່ຜ່ານມາ ພະນັກງານທຸກຄົນໄດ້ປະຕິບັດພາລະຫນ້າທີ່ຮ່ວມກັນຢ່າງມີມານະອົດທົນ, ພາກພຽນພະຍາຍາມ ແລະ ໃຫ້ຄວາມຮ່ວມມືທຸກຢ່າງ ເຮັດໃຫ້ທະນາຄານສາມາດດຳເນີນທຸລະກິດຢ່າງກ້າວຫນ້າ ແລະ ຂະຫຍາຍຕົວຢ່າງຫນ້າເພິ່ງພໍໃຈ ແລະ ມີກຳໄລຢ່າງຕໍ່ເນື່ອງ. ຈາກຜົນດັ່ງກ່າວ ພວກເຮົາຈຶ່ງມີຄວາມພູມໃຈທີ່ໄດ້ເປັນສ່ວນຫນຶ່ງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ກໍໄດ້ກາຍມາເປັນຜູ້ໃຫ້ບໍລິການທາງດ້ານການເງິນທີ່ມີຄຸນຄ່າດ້ວຍການສ້າງຜົນປະໂຫຍດຮ່ວມກັນ ໂດຍຜ່ານການເຊື່ອມໂຍງລະຫວ່າງບໍລິສັດໃນເຄືອເຊັ່ນ ທະນາຄານບູຢອງລາວ ຈຳກັດ ສຳນັກງານໃຫຍ່, ທະນາຄານບູຢອງລາວ ຈຳກັດ ສາຂາດອນຫນູນ, ບໍລິສັດບູຢອງລາວ ຈຳກັດ ແລະ ຊີເກມກອ໊ຟຄລັບ.

ສຸດທ້າຍນີ້ ຂ້າພະເຈົ້າໃນນາມຄະນະຜູ້ບໍລິຫານທະນາຄານ ຂໍສະແດງຄວາມຂອບໃຈມາຍັງລູກຄ້າທັງຫລາຍ, ຜູ້ຖືຫຸ້ນ, ຜູ້ນຳພັກ ລັດ ແລະ ພະນັກງານທະນາຄານໃຫ້ຄວາມເຊື່ອຫມັ້ນ, ໄວ້ວາງໃຈ ແລະ ໃຫ້ການສະຫນັບສະຫນູນຕໍ່ນະໂຍບາຍຂອງທະນາຄານ ຕະຫລອດມາ ຊຶ່ງຄວາມເຊື່ອຫມັ້ນ, ຄວາມໄວ້ວາງໃຈ ແລະ ການໃຫ້ການສະນັບສະຫນູນເຫລົ່ານັ້ນ ຈະກາຍມາເປັນພະລັງທີ່ສຳຄັນຍິ່ງສຳລັບຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນໃນການນຳເອົາທະນາຄານບູຢອງລາວ ຈຳກັດໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວຫນ້າຢ່າງບໍ່ຢຸດຢັ້ງ.

ພ້ອມກັນນີ້ ຂ້າພະເຈົ້າ ໃນນາມຄະນະຜູ້ບໍລິຫານທະນາຄານ ກໍຂໍອວຍໄຊໃຫ້ພອນແດ່ ລູກຄ້າທັງຫລາຍ, ຜູ້ຖືຫຸ້ນ, ທ່ານຜູ້ນຳພັກ ລັດ ແລະ ພະນັກງານທຸກຄົນ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ມີສຸຂະພາບເຂັ້ມແຂງ ປາຖະຫນາສິ່ງໃດກໍຂໍໃຫ້ໄດ້ດັ່ງຄຳມັກຄຳປາຖະຫນາ ແລະ ປະສົບຜົນສຳເລັດໃນຫນ້າທີ່ການງານທຸກປະການ.