ກອງປະຊຸມປຶກສາຫາຫລືແລກປ່ຽນບົດຮຽນລະຫວ່າງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານ ທະນາຄານແຫ່ງ ສປປ ລາວ

ໃນວັນທີ 11 ກໍລະກົດ 2022 ຜ່ານມານີ້, ສະຫະພັນກໍາມະບານ ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາຫລືແລກປ່ຽນບົດຮຽນລະຫວ່າງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານ ທະນາຄານແຫ່ງ ສປປ ລາວ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ IV ທຫລ.   ຂໍ້ມູນເພີ່ມເຕີມ ... Read More

ສຳມະນາໃນຫົວຂໍ້ “ການບໍລິຫານຄວາມສ່ຽງສະພາບຄ່ອງ ແລະ ການກະກຽມແຫຼ່ງທຶນ ເພື່ອຮອງຮັບຄວາມສ່ຽງສະພາບຄ່ອງ ແລະ ການທົດສອບຄວາມເຄັ່ງຕຶງດ້ານສະພາບຄ່ອງ”

ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2022 ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ ໄດ້ມີການຈັດສຳມະນາ ຮ່ວມກັບ ທະນາຄານ ກະສິກອນໄທ ຈຳກັດ ໃນຫົວຂໍ້ “ການບໍລິຫານຄວາມສ່ຽງດ້ານສະພາບຄ່ອງ (Liquidity Risk)” ແລະ “ການກະກຽມແຫຼ່ງທຶນເພື່ອຮອງຮັບຄວາມສ່ຽງສະພາບຄ່ອງ ແລະ ການທົດສອບຄວາມເຄັ່ງຕຶງດ້ານສະພາບຄ່ອງ (Capital Planning and   ຂໍ້ມູນເພີ່ມເຕີມ ... Read More

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໃຫ້ແກ່ໜ່ວຍພັກກົມກວດກາພາຍໃນ, ກົມນະໂຍບາຍເງິນຕາ ແລະ ກົມບໍລິການທະນາຄານ

ໃນວັນທີ 24 ມິຖຸນາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມຊັ້ນ IV ທຫລ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໃຫ້ແກ່ 3 ໜ່ວຍພັກຄື: ໜ່ວຍພັກກົມກວດກາພາຍໃນ, ໜ່ວຍພັກກົມນະໂຍບາຍເງິນຕາ ແລະ ໜ່ວຍພັກກົມບໍລິການທະນາຄານ   ຂໍ້ມູນເພີ່ມເຕີມ   ... Read More

ປັບປຸງກົດໝາຍການຄຸ້ມຄອງເງິນຕາຕ່າງປະເທດ

ມື້ນີ້ (28 ມິຖຸນາ 2022); ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ນຳສະເໜີຮ່າງກົດໝາຍ (ສະບັບປັບປຸງ) ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ຊຶ່ງການປັບປຸງກົດໝາຍຄັ້ງນີ້ ເພື່ອເປັນເຄື່ອງມືໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ   ຂໍ້ມູນເພີ່ມເຕີມ ... Read More